ວັນທີ 17 ເມສາ 2026 ຄະນະພຣະສົງສາມະເນນ ສັງກາຣີ ວັດຈະເຣີນໄຊ ບ້ານຫ້ວຍຫົງ ນຳພາໂດຍ ພຣະອາຈານ ປທ. ພູຄຳ ແກ້ວປະທຸມ
ວັນທີ 17 ເມສາ 2026 ຄະນະພຣະສົງສາມະເນນ ສັງກາຣີ
ວັດຈະເຣີນໄຊ ບ້ານຫ້ວຍຫົງ ນຳພາໂດຍ ພຣະອາຈານ ປທ. ພູຄຳ ແກ້ວປະທຸມ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜ!ສັມພັນ ແຫ່ງ ສປປ ລາວ, ຮອງຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງ, ເຈົ້າອະທິການວັດຈະເຣີນໄຊຍາຣາມ ແລະ ຄະນະສົງວັດປ່າພິລາວົງບຸດກັດສະກາຣາມ ບ້ານຈຳປາ-ປັກແຮດ ນຳໂດຍ ພຣະອາຈານ ບົວວອນ ແກ້ວບໍລິລັກ ຄະນະກັມມາທິການ ການຕ່າງປະເທດ ສູນກາງ ອພສ, ເຈົ້າອະທິການວັດປ່າພິລາວົງບຸດກັດສະກາຣາມ ໄດ້ກະທຳພິທີຄາຣະວະ ສາມີຈິກັມ ຮົດສົງ ຂໍສິນຂໍພອນ ພໍ່ແມ່ຄູບາອາຈານ ຍາທ່ານ ດຳຣົງ ພິມມະຈັກ ຮອງປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງ ໃນຖານະທີ່ເປັນພໍ່ແມ່ຄູບາອາຈານ ທີ່ ລານພຣະພຸດທະສີລັງຄະມຸນິນອິນຊ້ອຍ ວັດປ່າພິລາວົງບຸດກັດສະກາຣາມ ຕາມ ອະຣິຍະຮີດຄອງປະເພນີອັນດີງາມ.

ຂໍອະນຸໂມທະນາສາທຸການ ໃນບຸນຍະກິຣິຍາ ກຸສະລະກິຣິຍະ ສັມປະທາກັມອັນປະເສີດ ຂອງ ຄູບາອາຈານ ພຣະສົງສາມະເນນ ສັງກາຣີ ທັງຫຼາຍ ຂໍໃຫ້ກັມອັນດີງາມນີ້ ຈົ່ງກໍ່ເກີດມະຫາວິບາກຜົນອັນເປັນສຸກ ໃຫ້ສຳເລັດເຊິ່ງສົມບັດທັງປວງ ດັ່ງປາຖະໜາເທີ້ນ.
ສາທຸ ສາທຸ ສາທຸບຸນ.