ຄະນະກັມມາທິການການຕ່າງປະເທດ ສູນກາງ ອພສ ຈັດກອງປະຊຸມສາມັນປະຈໍາເດືອນເມສາ 2026 The Committee for Sangha Foreign Affairs, CBFOL Holds Ordinary Meeting for April 2026
ໃນຕອນບ່າຍຂອງວັນຈັນ ທີ 20 ເມສາ 2026, ຄະນະກັມມາທິການການຕ່າງປະເທດ (ກຕປ) ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ (ອພສ) ໄດ້ຈັດກອງປະຊຸມສາມັນຄົບຄະນະຂຶ້ນຢ່າງເປັນທາງການ ເພື່ອທົບທວນຄືນໝາກຜົນການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການບຸລິມະສິດສຳລັບໄລຍະຕໍ່ໜ້າ.
ກອງປະຊຸມຄັ້ງນີ້ ໄດ້ຮັບກຽດເມດຕາເປັນປະທານໂດຍ #ພຣະອາຈານໃຫຍ່ ປອ. ດຳຣົງ ພິມມະຈັກ, ຄະນະບໍລິຫານງານປະຈໍາການ, ຮອງປະທານສູນກາງ ອພສ, ຫົວໜ້າກຳມາທິການການຕ່າງປະເທດ ສູນກາງ ອພສ, ພ້ອມດ້ວຍພຣະອາຈານ ປອ. ດາວສະເດັດ ເລີດມະນີ, ຄະນະບໍລິຫານງານປະຈຳການ, ຮອງຫົວໜ້າກັມມາທິການການຕ່າງປະເທດ ແລະ ຄະນະກັມມາທິການເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນດາເນື້ອໃນສຳຄັນຕ່າງໆ ໂດຍສະເພາະແມ່ນການສະຫຼຸບຜົນການເຄື່ອນໄຫວໃນເວທີສາກົນ, ວຽກງານຝຶກອົບຮົມພຣະສະມະນະທູດ ແລະ ທຶນການສຶກສາແລກປ່ຽນ, ການຫັນວຽກງານຂໍ້ມູນຂ່າວສານເປັນດີຈິຕອນ, ການທົບທວນຄວາມຄືບໜ້າວຽກງານການອັນເຊີນພຣະບໍຣົມມະສາຣີຣິກະທາດຈາກອິນເດຍສູ່ປະເທດລາວ, ການສະຫຼຸບຕີລາຄາພຣະສົງລາວທີ່ສະໝັກທຶນການ ສຶກສາ ICCR, ແລະ ການກະກຽມເຂົ້າຮ່ວມງານສະເຫຼີມສະຫຼອງວິສາຂະບູຊາໂລກຄັ້ງທີ 21.
ທີ່ປະຊຸມໄດ້ຮັບຟັງການລາຍງານຜົນສຳເລັດຂອງການເຂົ້າຮ່ວມກອງປະຊຸມລະດັບສາກົນທີ່ສຳຄັນໃນໄລຍະຜ່ານມາ ເຊິ່ງເປັນການຍົກສູງບົດບາດຂອງຄະນະສົງລາວໃນເວທີໂລກ ໂດຍສະເພາະແມ່ນ:
• #ປະເທດອິນເດຍ: ການເຂົ້າຮ່ວມກອງປະຊຸມສຸດຍອດພຸດທະສາສະໜາເພື່ອສັນຕິພາບໂລກ ຄັ້ງທີ 1 (WBPC 2026) ແລະ ກອງປະຊຸມສຸດຍອດພຸດທະສາສະໜາແຫ່ງອາຊີ ເພື່ອສັນຕິພາບໂລກ ຄັ້ງທີ 16 (ABCP).
• #ປະເທດຍີ່ປຸ່ນ: ການເຂົ້າຮ່ວມກອງປະຊຸມສຸດຍອດຊາວພຸດໂລກ ຄັ້ງທີ 9.
ການເຄື່ອນໄຫວເຫຼົ່ານີ້ຖືເປັນບາດກ້າວສຳຄັນໃນການຂັບເຄື່ອນວຽກງານການຕ່າງປະເທດ ເພື່ອສ້າງສັນຕິພາບ ແລະ ຄວາມຮ່ວມມືລະຫວ່າງຊາວພຸດໃນທົ່ວໂລກ.
#ວຽກງານພຣະສະມະນະທູດ ແລະ ທຶນແລກປ່ຽນການສຶກສາ
ກອງປະຊຸມໄດ້ປຶກສາຫາລືກ່ຽວກັບ:
• #ໂຄງການພຣະສະມະນະທູດ: ການກຽມຄວາມພ້ອມໃນການຝຶກອົບຮົມພຣະສະມະນະທູດລາວ ຊຸດທີ 2 ເຊິ່ງມີແຜນຈະດຳເນີນການໃນໄລຍະກາງປີນີ້ ເພື່ອເປັນກຳລັງສຳຄັນໃນການເຜີຍແຜ່ພຸດທະສາສະໜາທັງພາຍໃນ ແລະ ຕ່າງປະເທດ.
• #ທຶນແລກປ່ຽນການສຶກສາຢູ່ ສປ ຈີນ: ການພິຈາລະນາຄັດເລືອກພຣະສົງໜຸ່ມລາວຮອບສຸດທ້າຍ ເພື່ອເດີນທາງໄປແລກປ່ຽນການສຶກສາຢູ່ ສະຖາບັນການສຶກສາພຣະພຸດທະສາສະໜາໜານໄຫ່ ສົກປີ 2026-2027, ເຊິ່ງເປັນການສືບຕໍ່ຜັນຂະຫຍາຍໝາກຜົນການຮ່ວມມືລະຫວ່າງ ສູນກາງ ອພສ ແລະ ສະມາຄົມພຸດທະສາສະໜາແຫ່ງປະເທດຈີນ.
#ການຫັນວຽກງານຂໍ້ມູນຂ່າວສານເປັນດີຈິຕອນ
ໃນທີ່ປະຊຸມຍັງໄດ້ຮັບຟັງການຖ່າຍທອດວິທີການສ້າງຖານຂໍ້ມູນ (Database) ຂອງວຽກງານການຕ່າງປະເທດ ໃຫ້ເປັນລະບົບດີຈິຕອນ ເພື່ອຄວາມທັນສະໄໝໃນການຈັດເກັບ ແລະ ຄົ້ນຄວ້າຂໍ້ມູນ. ການນຳສະເໜີດັ່ງກ່າວແມ່ນໂດຍ #ພຣະອາຈານ ປອ. ອານັນທະສັກ ພັດທະສີລາ, ຄະນະກັມມາທິການສູນກາງ ອພສ.
• #ການອັນເຊີນພຣະບໍຣົມມະສາຣີຣິກະທາດ: ທົບທວນຄວາມຄືບໜ້າວຽກງານການອັນເຊີນພຣະບໍຣົມມະສາຣີຣິກະທາດຈາກອິນເດຍສູ່ປະເທດລາວ. ຄາດວ່າຈະສາມາດດໍາເນີນການຈັດຕັ້ງປະຕິບັດການປະສານກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອັນເຊີນມາໃນທ້າຍປີ 2026 ນີ້.
• #ທຶນການສຶກສາ ICCR: ສະຫຼຸບຕີລາຄາ ແລະ ສັງລວມພຣະສົງລາວທີ່ໄດ້ສະໝັກທຶນການສຶກສາຂອງ ICCR ໃນສາຂາຕ່າງໆ ໃນສົກປີ 2026-2027.
• #ງານວິສາຂະບູຊາໂລກ: ກະກຽມດ້ານເນື້ອໃນ ແລະ ການປະສານງານໃຫ້ແກ່ປະທານສູນກາງ ອົງການພຸດທະສ່ສະໜາສັມພັນແຫ່ງ ສປປລາວ ທີ່ຈະເດີນທາງເຂົ້າຮ່ວມງານສະເຫຼີມສະຫຼອງວິສາຂະບູຊາໂລກຄັ້ງທີ 21 ຢູ່ ສປ ຈີນ ແລະ ຣາຊະອານາຈັກໄທໃນເດືອນພຶດສະພາທີ່ຈະມາເຖິງນີ້.
ໃນທີ່ປະຊຸມ, ໄດ້ມີການປະກອບຄໍາເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບຕໍ່ບັນດາປະເດັນທີ່ຍົກຂຶ້ນ. ວຽກງານບາງດ້ານສາມາດຈັດຕັ້ງປະຕິບັດໄດ້ດີຕາມຄາດໝາຍ. ແຕ່ຍັງມີບາງໜ້າວຽກທີ່ຍັງບໍ່ທັນສຳເລັດ. ເຖິງຢ່າງໃດກໍຕາມ, ຄະນະກັມມາທິການການຕ່າງປະເທດ (ກຕປ) ຍັງໄດ້ຈະສືບຕໍ່ປະຕິບັດໜ້າທີ່ບຸລິມະສິດສຳຄັນຂອງຕົນຢ່າງເຂັ້ມງວດຕື່ມອີກ.
ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບທິດຊີ້ນໍາທີ່ສຳຄັນ ແລະ ຮັບຂວັນກຳລັງໃຈຈາກປະທານກອງປະຊຸມ. ປະທານກອງປະຊຸມໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນສຳເລັດວຽກງານລວມທີ່ທາງຄະນະ ກຕປ ທຸກອົງຍາດມາໄດ້ ແລະ ປະກອບສ່ວນຢ່າງກະຕືລືລົ້ນ ໂດຍສະເພາະການຊ່ວຍເປັນເສນາທິການວຽກງານການຕ່າງປະເທດໃຫ້ແກ່ຄະນະບໍລິຫານງານປະຈຳການສູນກາງ ອພສ.
ນອກຈາກນັ້ນ, ປະທານກອງປະຊຸມຍັງໄດ້ກະຕຸກຊຸກຍູ້ ແລະ ແນະນໍາໃຫ້ ຄະນະ ກຕປ ທຸກອົງສືບຕໍ່ພະຍາຍາມ ແລະ ຜັນຂະຫຍາຍຂໍ້ຕົກລົງຂອງກອງປະຊຸມ ຫຼື ແຈ້ງການສະເພາະໜ້າໄປສູ່ວຽກງານຕົວຈິງດ້ວຍຄວາມຄິດສ້າງສັນ, ກ້າເຮັດ, ກ້າຕັດສິນໃຈ, ກ້ານໍາສະເໜີ ແລະ ກ້າຮັບຜິດຊອບຕໍ່ບັນຫາຕ່າງໆທີ່ເກີດຂຶ້ນດ້ວຍອຸດົມການເສຍສະຫຼະສູງ.
ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 4 ຊົ່ວໂມງກວ່າ ແລະ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນເວລາ 17:00 ໂມງ ຂອງວັນດຽວກັນ.