ປະຫວັດຄວາມເປັນມາ
ກັມມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
ໃນວັນທີ 01 ສິງຫາ ປີ 2018 ໄດ້ມີພິທີເປີດກັມມາທິການ ການຕ່າງປະເທດ ຂອງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຢ່າງເປັນທາງການ ຕາມທັມມະນູນສົງລາວ ເຊິ່ງກັມມາທິການ ການຕ່າງ ປະເທດ ແມ່ນມີພາຣະບົດບາດ ໃນການຄຸ້ມຄອງ ບໍລິຫານ ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານ ຂອງພຣະພຸດທະສາສະໜາ ແລະ ສາສະໜາອື່ນ ລວມທັງວຽກງານອື່ນທີ່ກ່ຽວຂ້ອງ.
ກັມມາທິການ ການຕ່າງປະເທດ ປະກອບມີ ຄະນະປະຕິບັດວຽກງານ ຢູ່ 6 ຄະນະ ເປັນຕົ້ນວ່າ ຄະນະພົວພັນພາຍໃນ ແລະ ຕ່າງປະເທດ, ຄະນະຄຸ້ມຄອງພຣະສົງຕ່າງປະເທດ, ຄະນະຂໍ້ມູນຂ່າວສານ. ໃນນັ້ນມີ ຄະນະພຣະສະມະນະທູດ ເຊິ່ງເຮັດໜ້າທີ່ວຽກງານກ່ຽວກັບສະມະນະທູດໂດຍກົງ ເຊັ່ນ: ຄົ້ນຄວ້າຫຼັກສູດ ພຣະສະມະນະທູດ ໃຫ້ສອດຄ່ອງຕາມຫຼັກພຣະທັມມະວິນັຍ, ກົດໝາຍ, ລະບຽບການ ທີ່ແທດ ເໝາະກັບສັງຄົມ, ການຈັດຝຶກອົບຮົມພຣະສົງ-ສາມະເນນ ຕາມຫຼັກສູດ ພຣະສະມະນະທູດ ເພື່ອສົ່ງໄປປະຕິບັດສາສະນະກິດ ໃນຕ່າງປະເທດ, ຄຸ້ມຄອງການເຄື່ອນໄຫວຕ່າງປະເທດ ຂອງ ພຣະສົງ-ສາມະເນນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບການແລກປ່ຽນ ພຣະສະມະນະທູດ ເປັນຕົ້ນ.